ມີຂອງດີ ຢ່າໃຫ້ເສຍເປົ່າ

ມີຂອງດີ ຢ່າໃຫ້ເສຍເປົ່າ

ຄົນບາງຄົນມົ່ວແຕ່ຊອກສະແຫວງຫາເງິນ ເມື່ອໄດ້ມາແລ້ວຊ້ຳພັດສູນເສຍໄປໝົດ ຈາກນັ້ນກໍ່ອາລະວາດທຸກຢ່າງໃນຄອບຄົວເຮືອນຊານ ໂດຍບໍ່ຄຳນຶງວ່າ ຄວາມເສຍຫາຍຂອງຄອບຄົວນັ້ນ ມັນຍິ່ງໃຫຍ່ກວ່າການໄດ້ເງິນມາ

                           ບາງກຸ່ມບາງຄົນປະພຶດຕົນບໍ່ຍອມຮັບທັມ ປະຕິເສດຄຸນຄ່າທາງສາສະໜາ ບອກວ່າເປັນສິ່ງງົມງວາຍ ຫຼອກລວງ ຕົວະຍົວະໃຫ້ຄົນຫຼົງເຊື່ອ ໂດຍອ້າງນະຣົກມາອ້າງໃຫ້ຄົນຢ້ານຊົ່ວກົວບາບ ອ້າງສະຫວັນມາລໍ້ໃຈໃຫ້ສ້າງຄວາມດີ ເປັນຄົນທີ່ມັກເບິ່ງໂລກໃນແງ່ຮ້າຍຢ່າງໜ້າຕົກໃຈ ອັນນີ້ ຍິ່ງເປັນຄວາມສູນເສຍອັນແສນຈະຍິ່ງໃຫຍ່ໃນຊີວິດເຂົາ

                     ການທີ່ໃຈມັກບົ່ມຢູ່ດ້ວຍໂທດຕ່າງໆ ແລ້ວເຮັດຄວາມດີບາງຢ່າງໃຫ້ຄົນທັງຫຼາຍຊື່ນຊົມ ຫຼືນິຍົມຕົນນັ້ນ ຄ້າຍຄືກັນກັບການເອົາຂອງຫອມໄປພົມຂອງເປື້ອນ ເປັນການສູນເສຍນ້ຳຫອມຢ່າງຫຼວງຫຼາຍ ຜົນທີ່ໄດ້ກໍ່ບໍ່ຄຸ້ມ

            ເປີດໃຈຕົນໃຫ້ກວ້າງໆ ເບິ່ງໂລກໃນແງ່ດີ ໝັ່ນສຶກສາທັມ ແລະ ປະພຶດທັມສົມຄວນແກ່ທັມ ຈິ່ງຈະບໍ່ເປັນຜູ້ສູນເສຍຈາກປະໂຫຍດອັນເພິງຈະໄດ້ ໃນຊາດທີ່ເຮົາໄດ້ເກີດເປັນມະນຸດນຳເພິ່ນຊາດໜຶ່ງ.

Facebook Comments Box