คิดบวก
ลาว,ประเทศลาว
การตั้งเป้าหมาย ส่งทุกความคิดเหห็นได้ที่ ติดต่อ ทัต ณ ฝั่งโขง บนเฟชบุค
เกี่ยวกับเว็บไซต์คิดบวก หมวดหมู่บทความคิดบวก ข่าวประชาสัมพันธ์ ธรรมะ,ข้อคิด,ท่าน ว.วชิรเมธี, ติดต่อทีมงานคิดบวก
ค้นหาข้อมูลที่ต้องการ>>
Loading
ປາຖະກະຖາພິເສດຈາກຜູ້ຊົງຄຸນນະວຸດ
ທີ່ມາຮ່ວມງານສະເຫຼີມສະຫຼອງບຸນວິສາຂະ ເຊິ່ງເປັນວັນສຳຄັນທາງພຸດທະສາສນາ.

ມື້ເຊົ້າມີໂອກາດໄດ້ເຂົ້າຮ່ວມຮັບຟັງປາຖະກະຖາພິເສດຈາກຜູ້ຊົງຄຸນນະວຸດທີ່ມາຮ່ວມງານສະເຫຼີມສະຫຼອງບຸນວິສາຂະ
ເຊິ່ງເປັນວັນສຳຄັນທາງພຸດທະສາສນາ. ໜຶ່ງໃນຜູ້ສະແດງປາຖະກະຖາແມ່ນ ທ່ານອາຈານມະຫາ ແກ້ວ ສິຣິວົງສາ
ເຊິ່ງເປັນອາຈານຜູ້ໜຶ່ງຂອງຂ້າພະເຈົ້າ ເພາະວ່າເຄີຍຮຽນພາສາປາລີນຳເພິ່ນ
ແຕ່ຄາວຮຽນຢູ່ວິທະຍາໄລສົງອົງຕື້ ລຸ້ນທີໜຶ່ງ ລະຫວ່າງປີ 1997-2001.

ວຸດທິການສຶກສາເພິ່ນ ຈົບໂຮງຮຽນສ້າງຄູວັດອົງຕື້ຊັ້ນກາງ ໃນສະໄໝກ່ອນ, ຈົບພາສາປາລີ ປະໂຫຍກ 7,
ຈົບປະລິນຍາຕີສາຍພາສາອັງກິດ ແລະໂທສາຍອັກສອນສາດ(ພາສາລາວ)ທີ່ດົງໂດກ ເຄີຍໄປໃຊ້ຊີວິດຢູ່ອາເມຣິກາ ແລະເມື່ອກັບມາກໍໄດ້ມາຊ່ວຍສອນພາສາປາລີທີ່ວັດອົງຕື້.ດ້ວຍຄວາມຊຳນານພິເສດທາງດ້ານພາສາສາດແລະການອ່ານສີລາຈາຣຶກ ແລະຄວາມຮູ້ຫລາຍຢ່າງ ອາຈານຈິ່ງໄດ້ເຂົ້າເຮັດວຽກຢູ່ École française d’Extrême-Orient(EFEO) ນຳຕ່າງປະເທດ ແລະຜູ້ຊ່ຽວຊານຕ່າງປະເທດຫຼາຍຄົນ ກໍອາໄສມັນສະໝອງຄົນລາວທີ່ລວມທັງເພິ່ນຢູ່ນຳນີ້ລະ ໃນໂຄງການນີ້ ຈິ່ງໄດ້ຂໍ້ມູນປະຫວັດສາດ ສີລາຈາຣຶກຫຼາຍຢ່າງຈາກລາວເຮົາ. ປັດຈຸບັນ ທ່ານອາຈານເພິ່ນໄດ້ບຳນານແລ້ວ ແຕ່ກໍຍັງບໍ່ວ່າງເວັ້ນຈາກການສຶກສາຄົ້ນຄວ້າຄຳພີທາງພຣະພຸດທະສາສນາ ຮີດຄອງປະເພນີວັດທະນະທຳ ໂດຍສະເພາະແມ່ນຈານຄຳພີໃບລານບໍ່ໄດ້ຂາດ.

ສິ່ງທີ່ໄດ້ຈາກການຟັງບັນຍາຍຈາກທ່ານອາຈານມື້ເຊົ້າແມ່ນ ເພິ່ນໄດ້ກ່າວເຖິງຄວາມສຳຄັນຂອງພຸດທະສາສນາແຕ່ອະດີດຈົນຮອດປັດຈຸບັນ. ຄວາມສຳຄັນຂອງພຣະພຸດທະສາສນາ ຕິດພັນກັບຮີດຄອງປະເພນີ ທີ່ເວົ້າກ່ຽວກັບຮີດ ໑໒ ໝາຍເຖິງປາງບຸນທີ່ຈັດຂື້ນທຸກໆເດືອນໃນແຕ່ລະປີ. ນອກນີ້ເພິ່ນກໍໄດ້ເລົ່າເຖິງຄວາມເຊື່ອມໂຍງລະຫວ່າງປະເພນີບຸນບັ້ງໄຟກັບລັດທິຄວາມເຊື່ອໃນສາສນາພຣາມ ເຊັ່ນການບູຊາພຣະແມ່ກາລີ ແລະພຣະຊີວະເປັນຕົ້ນ. ແຕ່ສິ່ງທີ່ສຳຄັນທີ່ໄດ້ຈາກການບັນຍາຍຂອງເພິ່ນນັ້ນອີກ ແມ່ນເລື່ອງຂອງປະຫວັດພຸດທະສາສນາຈາກສີລາຈາຣຶກ ເຊິ່ງບົ່ງບອກເຖິງອະດີດແລະປັດຈຸບັນໃນການດຳລົງຄົງຕົວຂອງພຸດທະສາສນາໃນລາວ. ທ່ານອາຈານໄດ້ບອກວ່າ ແທ້ຈິງແລ້ວ ພຣະພຸດທະສາສນາປາກົດຢູ່ໃນລາວກ່ອນສະໄໝພຣະເຈົ້າຟ້າງຸ່ມຈະນຳເອົາມາຈາກຂະເໝນອີກ. ເພິ່ນບອກວ່າ: ອີງຕາມຫຼັກຖານທາງສີລາຈາຣືກ ເຫັນວ່າຊາວພຸດລາວເຮົານັບຖືພຣະພຸດທະສາສນາມາແຕ່ຊ່ວງ ຄ.ສ. 1000-1300 ກວ່າໆພຸ້ນ ແຕ່ເປັນພຣະພຸດທະສາສນາແບບດັ້ງເດີມ ແບບມອນ ເຖິງແມ່ນວ່າປະເທດຊາດບ້ານເມືອງຈະປະເຊີນໜ້າກັບປະຫວັດສາດທີ່ລົ້ມລຸກຄຸກຄານມາ ແຕ່ພຸດທະສາສນາກໍຍັງຄົງຢູ່ມາແບບນັ້ນ. ແລະສິ່ງທີ່ເປັນບົດຮຽນໃໝ່ໄປກວ່ານັ້ນສຳລັບຂ້າພະເຈົ້າແລ້ວ ອາຈານເພິ່ນຍັງເວົ້າອີກວ່າ ສະໄໝເຈົ້າຟ້າງຸ່ມຖືກສົ່ງຫຼືເນຣະເທດໄປຮຽນຢູ່ຂະເໝນນັ້ນ ແທ້ຈິງອາດຈະບໍ່ໄປຮອດຂະເໝນຊ້ຳ ອາດຈະໄປຮອດຈຸດໃດຈຸດໜຶ່ງໃນປະເທດລາວທີ່ເປັນດິນແດນທີ່ມີອິດທິພົນຂອງຂອມຢູ່ນັ້ນ ແລະໄດ້ສຶກສາຮ່ຳຮຽນຈົນເຕີບໃຫຍ່ ຈິ່ງໄດ້ກັບຄືນມາ.

ແລະສິ່ງທີ່ອາຈານກ່າວໜຶ່ງອີກນັ້ນກໍຄື: ໃນຄຳພີພຣະໄຕປິກທີ່ບັນຈຸຄຳສອນຂອງພຣະພຸດທະເຈົ້ານັ້ນ ມີຕົວໜັງສືຢູ່ ຊາວສີ່ລ້ານສາມແສນຕົວ ປະກອບມີແປດໝື່ນສີ່ພັນພຣະທັມມະຂັນ ແລະໄດ້ເນັ້ນວ່າ: ສິ່ງທີ່ຊາວພຸດຄວນເຮັດໃນວັນວິສາຂະ ຄື: ການຂາບພຣະພຸດທະຮູບ, ການໄຫວ້ຕົ້ນສີມະຫາໂພ, ແລະໄຫວ້ສາຖູບເຈດີບ່ອນປະດິດສະຖານສາຣີຣິກະທາດຂອງພຣະພຸດທະເຈົ້າ ແລະທີ່ສຳຄັນໄຫວ້ພຣະພາວະນາປະຕິບັດຕາມຄຳສອນຂອງພຣະພຸດທະເຈົ້າ.

ເມື່ອຕອນບ່າຍ ເປັນໂອກາດທີ່ອາດຕະມາໄດ້ຮ່ວມສົນທະນາທັມກັບພໍ່ອອກກາບແກ້ວ ທຳມາວົງ ແລະແມ່ອອກອາລຸນນາ ຖາວອນສຸກ ດຳເນີນລາຍການໂດຍແມ່ດວງເດືອນບຸນຍາວົງ. ພວກເຮົາໄດ້ສົນທະນາກັນໃນຫົວຂໍ້ທີ່ສຳຄັນລະດັບໂລກ ແຕ່ເວົ້າກັນຢູ່ໃນລະດັບແບບທ້ອງຖິ່ນປະຍຸກກັບສາກົນທີ່ວ່າ: ສິນຫ້າເປັນຫົນທາງສູ່ສັນຕິພາບ ແທ້ບໍ?. ການສົນທະນາໄດ້ດຳເນີນໄປຢ່າງພໍດິບພໍດີ ໄດ້ແລກປ່ຽນທັດສະນະຈາກພໍ່ອອກແມ່ອອກຜູ້ມີປະສົບການໃນການດຳເນີນຊີວິດທາງໂລກ ທີ່ເບິ່ງເຂົ້າມາຫາທາງທັມ. ໃນທັດສະນະຂອງອາດຕະມາຕໍ່ເລື່ອງການຮັກສາສິນຫ້າ ເພື່ອສັນຕິພາບໂລກ ກໍໄດ້ພະຍາຍາມໃຫ້ຄວາມໝາຍຂອງຄຳວ່າສິນ ຈິ່ງຄ່ອຍອະທິບາຍຄວາມໝາຍຂອງແຕ່ລະຂໍ້ ຈາກຂັ້ນທຳມະດາແບບປະເພນີ ໄປສູ່ພາບລວມຂອງໂລກທີ່ມີຜົນກະທົບຈາກການຜິດສິນຫ້າ ເຊັ່ນ: ການເກີດສົງຄາມຮຸກຮານຮາວີລະຫວ່າງປະເທດເປັນຕົ້ນ. ໃນນີ້ກໍຫຼີກລຽງບໍ່ໄດ້ທີ່ຈະຍົກເອົາການປະຖະກະຖາຂອງຍາທ່ານໃຫຍ່ມະຫາຜ່ອງ ທີ່ເວົ້າເລື້ອຍໆເຖິງສິນຫ້າເປັນເສັ້ນທາງສູ່ສັນຕິດພາບ ເຊິ່ງເພິ່ນເຄີຍກ່າວໃນກອງປະຊຸມສາກົນແລະເທສນາຢູ່ເລື້ອຍໆ.

ສິນຫ້າແບບນັກຂຽນແລະນັກທຸລະກິດແບບພໍ່ອອກກາບແກ້ວ ກໍໄດ້ເນັ້ນໜັກແມ່ນເວົ້າກ່ຽວກັບຄວາມຊື່ສັດສຸຈະຣິຕ ໂດຍໃຫ້ຄວາມສຳຄັນວ່າ ຖ້າການຄົບຄ້າສະມາຄົມກັນທາງດ້ານທຸລະກິດ ຫຼືການເຮັດວຽກ ເມື່ອໃດຫາກຂາດຄວາມຊື່ສັດ ກໍຈະບໍ່ເຮັດໃຫ້ປະສົບຜົນສຳເລັດແລະກ້າວໜ້າໄດ້. ນອກນີ້ພໍ່ອອກຍັງໄດ້ຍົກເອົາຄຳສອນຂອງພຣະພຸດທະເຈົ້າແລະຄຳຄົມຂອງບຸກຄົນຜູ້ປະສົບຜົນສຳເລັດໃນໂລກມາເວົ້າ ເພື່ອກະຕຸ້ນແຮງບັນດານໃຈຂອງຄົນຟັງ ໃຫ້ນຳເອົາໄປປະຕິບັດໃຫ້ເກີດຄວາມສຳເລັດ. ນອກນີ້ຍັງໄດ້ຍົກເອົາຄຳເວົ້າທີ່ເປັນຄະຕິພົດປະຈຳໃຈມາກ່າວວ່າ: ຕ້ອງເປັນຄົນຊື່ສັດຕໍ່ຕົນເອງ ໝາຍວ່າ: ຈະເຮັດຫຍັງກໍຕ້ອງຈິງໃຈເຮັດ ຕັ້ງໃຈເຮັດ ເອົາຊະນະໃຈຕົນເອງໃຫ້ໄດ້.

ສ່ວນແມ່ອອກອາລຸນນາ ໃນນາມທີ່ເປັນນັກຮ້ອງ, ນັກແຕ່ງເພງ, ນັກທຸລະກິດ ແລະເຮັດວຽກຢູ່ໃນອົງການຈັດຕັ້ງສາກົນຕໍ່ຕ້ານຢາເສດຕິດ ກໍໄດ້ໃຫ້ຄວາມສຳຄັນກັບການຮັກສາສິນຫ້າ ໃນເລື່ອງການບໍ່ເສບສິ່ງມືນເມົາ, ສິ່ງເສບຕິດຕ່າງໆ ລວມທັງເກມ. ແລະຢ້ຳຢູ່ຕະຫລອດວ່າຕ້ອງຝຶກໃຈຈອງຕົນໃຫ້ເຂັ້ມແຂງ ບໍ່ອ່ອນໄຫວປິວງ່າຍເໝືອນໄຍຍອງຝ້າຍ ເຊິ່ງເປັນສິ່ງທີ່ນ້ອງນ້ອຍເຍົາວະຊົນຄວນເຮັດ ແລະອີກຢ່າງກໍໃຫ້ຕັ້ງເປົ້າໝາຍໃນຊີວິດຂອງຕົນເອງແລະເຮັດໃຫ້ໄດ້ ແລະຍອມຮັບວ່າ ສຽງແມ່ອອກມີພະລັງສົມເປັນນັກຮ້ອງ ແລະສາມາດເວົ້າຈູງໃຈຄົນຟັງໄດ້ດີ, ເວົ້າທັມມະກໍໄດ້ດີ ສົມຄວນສືບຕໍ່ຊ່ວຍວຽກສັງຄົມແບບນີ້ເລື້ອຍໆໄປ.

ເອົາລະມີຫລາຍຢ່າງທີ່ໄດ້ສົນທະນາກັນ ແຕ່ກໍ່ຢູ່ໃນຂອບຂອງສິນຫ້າເພື່ອສັນຕິພາບ, ຄຳສຳເລັດ ແລະຄວາມສຸກ ກ້ຽວໄປວຽນມາໃນບັນຫາໃກ້ຕົວຂອງເຮົາ ກ້າວໄປສູ່ສັງຄົມ ປະເທດຊາດ ມີແຕ່ອາດຕະມາເວົ້າຂີ້ໂມ້ໄປຈົນຮອດບັນຫາສັນຕິພາບໃນໂລກ ສາມາດສ້າງໄດ້ຈາກການມີສິນຫ້າ. ແຕ່ເວົ້າຄວາມຈິງ ສັນຕິພາບເກີດໄດ້ແທ້ ຖ້າຫາມີສິນຫ້າເປັນພື້ນຖານ.

ສະລຸບໄດ້ວ່າ: ເປັນປະສົບການໃນການສົນທະນາທີ່ດີທີ່ສຸດ ທີ່ອາດຕະມາບໍ່ສາມາດນຳມາກ່າວຢ່າງລະອຽດໄດ້ຈົນໝົດ.

ສຸດທ້າຍຂອງການສົນທະນາແລ້ວ ພາກຕອບຄຳຖາມ ກໍເປັນວາລະໜຶ່ງອີກທີ່ສຳຄັນ ເພາະວ່າເປັນເວລາເປີດໂອກາດໃຫ້ຜູ້ຟັງມີສ່ວນຮ່ວມ. ເມື່ອລົງຈາກເວທີແລ້ວ ມາສົນທະນາກັບອາຈານມະຫາແກ້ວ ເພິ່ນບອກວ່າ: ເປັນການສົນທະນາທີ່ດີ ແຕ່ເພິ່ນວ່າ ເສຍແຕ່ເວລາໜ້ອຍ ແທ້ຈິງແລ້ວເພິ່ນຢ່າງເສີມຄວາມເຫັນໃຫ້ແຕ່ລະຄົນທີ່ມາຮ່ວມສົນທະນາ ເຊັ່ນວ່າ: ເຮັດແນວໃດຈະເຮັດໃຫ້ສິນຖືກປະຍຸກໃຊ້ເຂົ້າກັບບັນຫາຊີວິດຕົວຈິງໄດ້ ເພິ່ນມີຄວາມເຫັນວ່າ: ຕ້ອງມີການສຶກສາ, ອົບຮົມແລະປະຕິບັດ ໝາຍເຖິງການຂົນຂວາຍ ເຜີຍແຜ່ໃຫ້ພາກັນຮັກສາສິນ.

ຝ່າຍອາຈານຄຳສິງກໍໄດ້ໃຫ້ທັດສະນະວ່າ: ການສົນທະນາທຸກຢ່າງດີໝົດ ແຕ່ຍັງຢ່າງໜຶ່ງ ບໍ່ໄດ້ໃຫ້ຄວາມໝາຍຄຳວ່າ: ສັນຕິພາບແມ່ນຫຍັງ? ແລະເຮັດແນວໃດເພື່ອຈະກ້າວໄປສູ່ສັນຕິພາບວ່າຊັ້ນ? ແຕ່ອີກສິ່ງໜຶ່ງ: ແມ່ນທາງພິທີກອນຜູ້ດຳເນີນລາຍການ ເກງໃຈຄົນຟັງ ຢ້ານເຂົາເມື່ອຍ ໃນວາລະຕອບຄຳຖາມ ຈິ່ງໄດ້ເວົ້າວ່າ ທ່ານໃດເມື່ອຍແລະຄາວຽກສາມາດເມືອໄດ້. ຈິ່ງເຮັດໃຫ້ບັນຍາກາດຄົນຟັງໃນການຕອບຄຳຖາມເບົາບາງແນ່.

ທ້າຍນີ້ຂໍຂອບໃຈບຸກຄົນຜູ້ທີ່ຢູ່ເບື້ອງຫຼັງຂອງຄວາມສຳເລັດຫຼາຍໆທ່ານ ທີ່ຈັດສະຖານທີ່ ກະກຽມຄວາມພ້ອມທຸກຢ່າງ ແລະອະນຸໂມທະນາບຸນນຳຜູ້ຮ່ວມສົນທະນາ ທີ່ໄດ້ເສຍສະລະເວລາມາເວົ້າຈາປາໄສເນື່ອງໃນໂອກາດທີ່ສຳຄັນແບບນີ້ ແລະຫວັງຢ່າງຍິ່ງວ່າຈະໄດ້ພົບພໍ້ກັນອີກ.

บทความโดย https://www.facebook.com/sayadej/posts/1005526842791261
บทความอื่น....
 
 

 

  คุยกับ บ.ก คิดบวก
ประเทศลาว
  • นครเวียงจันทน์ (กำแพงเวียงจันทน์)
    เป็นเขตการปกครองพิเศษคล้ายกรุงเทพฯ
  • แขวงเวียงจันทน์ เมืองหลวงคือ
    เวียงจันทน์
  • แขวงหลวงพระบาง
    เมืองหลวงคือ หลวงพระบาง
  • แขวงหลวงน้ำทา เมืองหลวงคือ
    หลวงน้ำทา
  • แขวงอุดมไชย เมืองหลวงคือ
    เมืองไชยหรืออุดมไชย
  • แขวงบ่อแก้ว เมืองหลวงคือ ห้วยทราย
  • แขวงพงสาลี เมืองหลวงคือ พงสาลี
  • แขวงหัวฝัน เมืองหลวงคือ ซำเหนือ
  • แขวงเชียงขวาง เมืองหลวงคือ
    โพนสะหวัน
  • แขวงไชยบุรี เมืองหลวงคือ
    เมืองไชยบุรี
  • แขวงบอลิิคำไซ เมืองหลวงคือ
    เมืองปากซัน
  • แขวงคำม่วน เมืองหลวงคือ
    เมืองคำบ่วนหรือท่าแขก
  • แขวงสะหวันนะเขต เมืองหลวงคือ
    เมืองสะหวันนะเขต
  • แขวงสาละวัน เมืองหลวงคือ
    เมืองสาละวัน
  • แขวงเซกอง เมืองหลวงคือ
    เมืองเซกอง
  • แขวงจำปาศักดิ์ เมืองหลวงคือ
    เมืองปากเซ
  • แขวงอัตปือ เมืองหลวงคือ อัตปือ
เว็บไซต์ภาษาลาว
เวียงจัน

Bullet เศรษฐกิจ-สังคม
Bullet หนังสือพิมพ์เวียงจันใหม่
Bullet กองทัพประชนลาว
Bullet ข่าวสารประเทศลาว
Bullet รัฐสภาลาว
Bullet ชุมชนเว็บของวัยหนุ่มสาวลาว
Bullet ศูนย์ข้อมูลลาว ม.ขอนแก่น

 
Bullet ວັນເຂົ້າພັນສາສິນຄ້າເລີ່ມຂາຍດີ
 
สภาธุรกิจไทย-ลาว
 
 
 
บทเพลงแห่งชีวิตและสายน้ำ
 
Sponsor
ร้านจำหน่าย เครื่องสังฆภัณฑ์ออนไลน์ที่ใหญ่ที่สุด
 

 

 
หน้าหลัก | เกี่ยวกับเรา | ช่องทางติดต่อ | รับทำเว็บไซต์ | บทความคิดบวก | ธรรมะทำให้รวย | อ่านงานเขียน | ลงโฆษณาเที่ยวลาว | คำคม | นักอยากเขียน |
บุุคคลต้นแบบ | สุขภาพ | คุยกับ บ.ก. | การเมืองเพรียวๆ | เพื่อน | Lifestye Maill
 
  Copyright 2011 kidbuak.com