คิดบวก
ປະເພນີ​ລາວ​...
การตั้งเป้าหมาย ส่งทุกความคิดเหห็นได้ที่ ติดต่อ ทัต ณ ฝั่งโขง บนเฟชบุค
เกี่ยวกับเว็บไซต์คิดบวก หมวดหมู่บทความคิดบวก ข่าวประชาสัมพันธ์ ธรรมะ,ข้อคิด,ท่าน ว.วชิรเมธี, ติดต่อทีมงานคิดบวก
 
 
ค้นหาข้อมูลที่ต้องการ>>
Loading
 
 
ວັນເຂົ້າພັນສາສິນຄ້າເລີ່ມຂາຍດີ

ໂດຍ: ຈັນ​ທິບ

  ເປັນ​ວັນ​ສຳ­ຄັນ​ອີກ​ວັນ​ໜຶ່ງ​ຂອງ​ພຸດ​ທະ​ສາ­ສະ­ໜາ​ທີ່​ສືບ­ຕໍ່​ກັນ​ມາ​ແຕ່​ດັ່ງ​ເດີມ​ນັ້ນ​ກໍ່​ຄື ວັນ​ບຸນ​ເຂົ້າ​ພັນ​ສາ ເຊິ່ງ​ນອກ­ຈາກ​ເປັນ​ວັນ​ສຳ­ຄັນ​ທີ່​ຄົນ​ລາວ​ຊາວ​ບຸນ​ເຮົາ​ໃຫ້​ຄວາມ​ສຳ­ຄັນ​ແລ້ວ​ວັນ​ດັ່ງ­ກ່າວ​ຍັງ​ເປັນ​ວັນ​ທີ່​ຜູ້​ປະ­ກອບ​ການ​ຂາຍ­ເຄື່ອງ​ກອງ​ບຸນ​ລໍ­ຄອຍ​ກຽມ
­ພ້ອມ​ເພື່ອ​ນຳ​ສີນ​ຄ້າ​ມາ​ວາງ​ຈຳ­ໜ່າຍ ແລະ ປີ​ນີ້​ຕາມ​ການ​ສອບ​ຖາມ​ບັນ­ດາ​ແມ່​ຄ້າ​ຂາຍ­ເຄື່ອງ​ກອງ​ບຸນ​ຢູ່​ຕະ­ຫຼາດ​ຂົວ​ດິນ​ຕ່າງ​ກໍ່​ກ່າວ​ດ້ວຍ​ຮອຍ​ຍີ້ມ​ວ່າ: ໃກ້​ຮອດ​ວັນ​ບຸນ​ເຂົ້າ​ພັນ​ສາ​ສີນ​ຄ້າ​ເລີ່ມ​ໄດ້​ຂາຍ​ດີ​ແລ້ວ ແລະ ຄາດ​ວ່າ​ວັນ​ເສົາ, ວັນ​ອາ­ທິດ​ນີ້​ຊາວ​ພຸດ​ເຮົາ​ຈະ​ເລີ່ມ​ລັງ​ໄຫຼ​ເຂົ້າ​ມາ​ຊື້​ເພີ່ມ​ຂື້ນ​ຢ່າງ​ແນ່­ນອນ.

  ຕາມ​ການ​ສອບ​ຖາມ​ຂອງ​ບັນ­ດາ​ແມ່​ຄ້າ​ຂາຍ­ເຄື່ອງ​ກອງ​ບຸນ​ທີ່​ຕະ­ຫຼາດ​ຂົວ​ດິນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຊິ່ງ​ໃນ​ນັ້ນ​ມີ​ຮ້ານ ນາງ ມະ­ນີ​ວັນ​ຂາຍ­ເຄື່ອງ​ກອງ​ບຸນ, ຮ້ານ​ປ້າ​ຄຳ​ຂາຍ­ເຄື່ອງ​ກອງ​ບຸນ, ຮ້ານ​ນາງ​ສີນ ເຊິ່ງ​ຜູ້​ປະ­ກອບ​ການ​ດັ່ງ­ກ່າວ​ຕອບ​ຄ່າຍ​ຄື​ກັນ​ວ່າ: ໃກ້​ຮອດ​ວັນ​ບຸນ​ເຂົ້າ​ພັນ​ສາ​ເລີ່ມ​ມີ​ຊາວ​ພຸດ​ມາ​ຈັບ​ຈ່າຍ​ໃຊ້​ຊອຍ​ຊື້​ເຄື່ອງ​ເພື່ອ​ຫ້າງ​ຫາ​ກະ­ກຽມ​ໃວ້ ແລ້ວ​ໃນ​ວັນ​ເຂົ້າ​ພັນ​ສາ.

  ປ້າ ຄຳ ສົມ­ບູນ​ຂັນ​ໄດ້​ບອກ​ກັບ​ນັກ​ຂ່າວ​ໜັງ­ສື​ພີມ​ເສດ­ຖະ­ກິດ-ສັງ­ຄົມ​ກັບ​ພວກ​ເຮົາ​ວ່າ: ຕົນ​ຢຶດ​ອາ­ຊີບ​ຄ້າ​ຂາຍ­ເຄື່ອງ​ກອງ​ບຸນ​ມາ ໄດ້​ເກືອບ 20 ປີ​ແລ້ວ​ຕັ້ງ­ແຕ່​ຍັງ​ບໍ່​ມີ​ຄົນ​ຂາຍ​ຫຼາຍ​ເທື່ອ ເຊິ່ງ​ວັນ​ບຸນ​ເຂົ້າ​ພັນ​ສາ​ແຕ່​ລະ​ປີ​ບໍ່​ເຄີຍ​ສ້າງ​ຄວາມ​ຜິດ​ຫວັງ​ໃຫ້​ຕົນ ແລະ ປີ​ນີ້​ກໍ່​ເປັນ​ອີກ​ປີ​ໜຶ່ງ​ທີ່​ປ້າ​ຄອງ​ຄອຍ  ເພາະ​ໝາຍ​ເຖິງ​ລາຍ​ຮັບ​ທີ່​ເພີ່ມ ຂຶ້ນ​ໄດ້​ເປັນ​ກອບ​ເປັນ​ກຳ.

  ສ່ວນ​ສີນ​ຄ້າ​ຫຼັກໆ​ທີ່​ຕົນ​ຂາຍ​ກໍ່​ຈະ​ເປັນ​ຜ້າ­ສະ­ບົງ, ຜ້າ​ໄຕ, ທຽນ ພັນ​ສາ, ທູບ​ຜ້າ​ນ້ຳ​ຝົນ, ຄຸ​ສັງ​ກະ​ທານ ແລະ ອື່ນໆ​ອີກ​ຫຼາຍ​ຢ່າງ ເຊິ່ງ​ປະ­ຈຸ​ບັນ​ເລີ່ມ​ມີ​ຊາວ​ບຸນ​ເຂົ້າ ມາ​ຈັບ​ຈ່າຍ​ຊື້​ກະ­ກຽມ​ທຳ­ບຸນ​ໄວ້​ແລ້ວ​ກ່ອນ​ຈະ​ຮອດ​ວັນ​ເຂົ້າ​ພັນ​ສາ ເຊິ່ງ​ປີ​ນີ້​ຕົນ​ກໍ່​ຄິດ​ວ່າ​ຄື​ຊິ​ຂາຍ​ດີ​ເໝື່ອນ​ປີ​ຜ່ານໆ​ມາ.

  ສຳ­ລັບ ຮ້ານ ນາງ​ມະ­ນີ​ວັນ ຂາຍ­ເຄື່ອງ​ກອງ​ບຸນ​ບອກ​ວ່າ: ໃກ້​ຮອດ​ວັນ​ບຸນ​ເຂົ້າ​ພັນ​ສາ​ຂອງ​ທຸກໆ​ປີ​ຕົນ​ມີ​ການ​ຫ້າງ​ຫາ​ກະ­ກຽມ​ສີນ​ຄ້າ​ທຸກ
​ຢ່າງ​ເພື່ອ​ນຳ​ມາ​ຈຳ­ໜ່າຍ  ເຊິ່ງ​ປີ​ນີ້ ກໍ່​ເປັນ​ອີກ​ປີ​ໜຶ່ງ​ທີ່​ຄຶກ­ຄັກ ຄື​ກັບ​ປີ​ທີ່​ຜ່ານໆ​ມາ​ເພາະ​ພໍ​ໄກ້​ຮອດ​ວັນ​ບຸນ​ເຂົ້າ​ພັນ​ສາ​ຫນຶ່ງ​ອາ­ທິດ
​ກໍ່​ມີ​ລູກ​ຄ້າ​ເຂົ້າ​ມາ​ຖາມ​ຊື້​ເຄື່ອງ ສັງ​ກະ​ທານ​ໄວ້​ແລ້ວ​ເຮັດ​ໃຫ້​ຕົນ​ໄດ້​ຂາຍ​ດີ​ຕັ້ງ­ແຕ່​ໜຶ່ງ​ອາ­ທິດ​ທີ່​ຜ່ານ​ມາ​ແຕ່​ໃກ້​ຮອດ​ວັນ​ບຸນ​ເຂົ້າ​ພັນ​ສາ​ໜຶ່ງ
​ມື້​ກໍ່​ບໍ່​ຮູ້​ວ່າ​ຊິ​ໄດ້​ຂາຍ​ດີ​ຊຳ​ໃດ​ເພາະ​ດຽວ­ນີ້​ແມ່​ຄ້າ​ບາງ​ຄົນ​ຫັນ ມາ​ດຳ­ເນີນ​ທຸ­ລະ​ກິດ​ຂາຍ­ເຄື່ອງ​ກອງ​ບຸນ​ພາ­ກັນ ເຊິ່ງ​ກໍ່­ສ້າງ​ຄວາມ​ໜັກ​ໃຈ​ຢູ່​ໜ້ອຍ​ໜຶ່ງ​ໃຫ້​ກັບ​ຕົນ.

  ເຈົ້າ​ຂອງ​ຮ້ານ​ເນັ້ນ​ຕື່ມ​ວ່າ: ເຮົາ​ເຮັດ​ທຸ­ລະ​ກິດ​ກ່ຽວ​ກັບ​ຂາຍ ເຄື່ອງ​ກອງ​ບຸນ​ທຸກ​ວັນ​ນີ້​ສິ່ງ​ສຳ­ຄັນ​ເຮົາ​ຕ້ອງ​ຮູ້­ຈັກ​ພັດ­ທະ­ນາ​ຮ້ານ​ໃຫ້​ດີ​ຂຶ້ນ​ໄປ​ເລື້ອຍໆ ໂດຍ​ສະ­ເພາະ​ຕ້ອງ​ຮູ້­ຈັກ​ເຄື່ອງ​ກອງ​ບຸນ​ທຸກ​ປະ­ເພດ​ທີ່​ນຳ​ມາ​ຈຳ­ໜ່າຍ ແລະ ກໍ່​ຕ້ອງ​ຮູ້­ຈັກ​ການ​ໃຊ້​ໃຫ້​ຖືກ­
ຕ້ອງ​ໃນ​ການ​ເອົາ​ໄປ​ທຳ­ບຸນ​ທັງ​ສາ­ມາດ​ແນະ­ນຳ​ໃຫ້​ລູກ​ຄ້າ​ຮູ້​ໄດ້, ນອກ­ຈາກ​ນັ້ນ​ເຄື່ອງ​ກອງ​ບຸນ​ທີ່​ນຳ​ມາ​ຈຳ­ໜ່າຍ​ກໍ່​ຕ້ອງ​ມີ​ຄົບ​ເວ­ລາ​ລູກ​ຄ້າ​ຖາມ​ຫາ ແລະ ສິ່ງ​ນີ້​ລະ​ທີ່​ເຮັດ​ໃຫ້​ທຸ­ລະ​ກິດ​ຂາຍ­ເຄື່ອງ​ກອງ​ບຸນ ຂອງ​ຕົນ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ມາ​ໄດ້​ເຖິງ 4 ປີ.

ນາງ ສີນ ແມ່​ຄ້າ­ຂາຍ​ໝາກ​ໄມ້​ບອກ​ວ່າ: ເຖິງ​ແມ່ນ​ວ່າ​ຕົນ​ຈະ​ມີ​ອາ­ຊີບ​ຂາຍ​ໝາກ​ໄມ້​ເປັນ​ອາ­ຊີບ​ຫຼັກ ແລະ ສຳ­ລັບ​ວັນ​ສຳ­ຄັນ​ກໍ່​ຄື ວັນ​ບຸນ​ເຂົ້າ​ພັນ​ສາ​ແລ້ວ​ຕົນ​ເອງ​ບໍ່​ພາດ​ທີ່​ຈະ​ນຳ​ສີນ​ຄ້າ​ປະ­ເພດ​ເຄື່ອງ​ສັງ​ກະ​ທານ​ມາ​ຈຳ­ໜ່າຍ​ເພີ່ມ​ນຳ​ອີກ ເຊິ່ງ​ຕົນ​ກໍ່​ມີ​ການ​ຫ້າງ​ຫາ​ກະ​ກຽ​ສັ່ງ​ຊື້​ໄວ້​ຕັ້ງ­ແຕ່​ຕົ້ນ​ເດືອນ​ກໍ­ລະ­ກົດ ແລະ ສີນ​ຄ້າ​ເຄື່ອງ​ສັງ​ກະ​ທານ​ດັ່ັງ​ກ່າວ​ພໍ​ແຕ່​ວາງ​ຈຳ­ໜ່າຍ​ກໍ່​ມີ​ຄົນ​ມາ​ຖາມ​ຊື້​ແລ້ວ ແລະ ຄາດ​ວ່າ​ໃກ້​ຮອດ​ວັນ​ເຂົ້າ​ພັນ​ສາ 1 ມື້​ສີນ​ຄ້າ​ດັ່ງ­ກ່າວ​ຈະ​ໄດ້​ຂາຍ​ດີ​ກວ່າ​ນີ້​ຢ່າງ​ແນ່­ນອນ.

  ຕອນ​ທ້າຍ​ນາງ​ສີນ​ຝາກ​ບອກ​ຕື່ມ​ວ່າ: ຂໍ​ເຊີນ­ຊວນ​ຊາວ​ພຸດ​ທັງ­ຫຼາຍ​ມາ​ຮວ່ມ​ກັນ​ເຮັດ­ບຸນ​ໃສ່​ບາດ​ໃຫ້​ຖືກ­ຕ້ອງ​ຕາມ​ຮີດ­ຄອງ​ປະ­ເພ­ນີ​ລາວ​ທີ່​ມີ​ມາ​ແຕ່​ດັ່ງ​ເດີມ ແລະ ອາ​ນຸ​ຮັກ​ຮັກ­ສາ​ໄວ້​ເພື່ອ​ເປັນ​ແບບ­ຢ່າງ​ທີ່​ດີ​ໃຫ້​ລູກ​ຫຼານ​ໄດ້​ສືບ​ທອດ ແລະ ຊາວ​ຕ່າງ​ຊາດ​ໄດ້​ເຫັນ​ວ່າ​ລາວ​ເປັນ​ປະ­ເທດ​ໜຶ່ງ​ທີ່​ມີ​ວັດ­ທະ­ນາ​ທຳ​ອັນ​ດີ­ງາມ​ບໍ່​ນ້ອຍ​ໜ້າ​ຊາດ​ອື່ນໆ.

 
http://www.ecom.org.la/teen/khao/9/16594
 
 
 
 
 

 

  คุยกับ บ.ก คิดบวก
ປະເພນີ​ລາວ​...
Bullet ວັນເຂົ້າພັນສາສິນຄ້າເລີ່ມຂາຍດີ
เว็บไซต์ภาษาลาว
เวียงจัน

Bullet เศรษฐกิจ-สังคม
Bullet หนังสือพิมพ์เวียงจันใหม่
Bullet กองทัพประชนลาว
Bullet ข่าวสารประเทศลาว
Bullet รัฐสภาลาว
Bullet ชุมชนเว็บของวัยหนุ่มสาวลาว
Bullet ศูนย์ข้อมูลลาว ม.ขอนแก่น

 
Bullet ວັນເຂົ້າພັນສາສິນຄ້າເລີ່ມຂາຍດີ
 
สภาธุรกิจไทย-ลาว
 
 
 
บทเพลงแห่งชีวิตและสายน้ำ
 
Sponsor
ร้านจำหน่าย เครื่องสังฆภัณฑ์ออนไลน์ที่ใหญ่ที่สุด
 

 

 
หน้าหลัก | เกี่ยวกับเรา | ช่องทางติดต่อ | รับทำเว็บไซต์ | บทความคิดบวก | ธรรมะทำให้รวย | อ่านงานเขียน | ลงโฆษณาเที่ยวลาว | คำคม | นักอยากเขียน |
บุุคคลต้นแบบ | สุขภาพ | คุยกับ บ.ก. | การเมืองเพรียวๆ | เพื่อน | Lifestye Maill
 
  Copyright 2011 kidbuak.com