ຄິດໃຫຍ່

ຄວາມຄິດ ບໍ່ໄດ້ມີການລົງທຶນດ້ວຍເມັດເງິນ
ເມື່ອໄດ້ຄິດ ກໍຈົ່ງ “ຄິດໃຫຍ່”
ບໍ່ຕ້ອງຢ້ານວ່າ ຕົກລົງມາແລ້ວຈະເຈັບ ເພາະເຈົ້າບໍ່ໄດ້ຂຶ້ນກົກໄມ້

ການ “ຄິດນ້ອຍ” ແນມບໍ່ເຫັນບ່ອນໃດເລີຍ ທີ່ຈະເປັນສິ່ງສວຍງາມ
ເພາະຈະເຮັດໃຫ້ເຈົ້າຢຸດຢູ່ບ່ອນເກົ່າ ບໍ່ເກີດຄວາມທ້າທາຍ, ພະຈົນໄພ ແລະ ຈະຂາດປະສົບການຊີວິດ

ສະນັ້ນ ການທີ່ເຈົ້າ “ຄິດນ້ອຍ” ແມ່ນເປັນສິ່ງທີ່ຂີ້ຮ້າຍ, ບໍ່ສວຍງາມ ຢູ່ແຕ່ໂລກແຄບໆຄືດັ່ງ “ກົບຢູ່ໃນນຳ້ສ້າງ”

ແຕ່ຖ້າຫາກເຈົ້າ “ຄິດໃຫຍ່” ກໍຈະເຫັນອີກມິຕິໜຶ່ງຂອງໂລກໃບນີ້…
ເໝືອນດັ່ງ “ນົກທີ່ບິນຢູ່ເທິງທ້ອງຟ້າ”
ແລ້ວເຈົ້າຈະມ່ວນຊື່ນກັບມັນຫຼາຍຂຶ້ນ…

ນັກການເງິນ

จากเพจ นักการเงินลาวรุ่นใหม่

Facebook Comments Box