ຖ້າທ່ານປຽບທຽບຕົນເອງກັບຄົນອື່ນ ກໍເທົ່າກັບວ່າ “ທ່ານກໍາລັງດູຖູກຕົນເອງ

ນັກຂຽນລາງວັນນາກຄຳ ແລະ ນັກເວົ້າສ້າງແຮງບັນດານໃຈຖ້າທ່ານປຽບທຽບຕົນເອງກັບຄົນອື່ນ ກໍເທົ່າກັບວ່າ “ທ່ານກໍາລັງດູຖູກຕົນເອງ”

ຍ້ອນຄົນເຮົາເກີດມາຢູ່ສະພາບແວດລ້ອມຕ່າງກັນ, ຈິ່ງເຮັດໃຫ້ຄົນເຮົາແຕກຕ່າງກັນ,
ບໍ່ມີໃຜເກ່ງທີ່ສຸດ, ດີທີ່ສຸດ ຫຼື ສົມບູນແບບທີ່ສຸດ,
ຍ້ອນຄົນທີ່ສົມບູນແບບທີ່ສຸດແມ່ນຍັງບໍ່ທັນເກີດຂຶ້ນມາເທື່ອ.
ເຖິງບາງຄົນຈະຮັ່ງມີ ຫຼື ທຸກຍາກ, ແຕ່ທຸກຄົນກໍຈະມີຈຸດດີ ແລະ
ຈຸດອ່ອນແຕກຕ່າງກັນ. ສະນັ້ນ, ຖ້າທ່ານປຽບທຽບສິ່ງທີ່ບໍ່ມີກັບສິ່ງທີ່ຄົນອື່ນມີແລ້ວ
ນັ້ນກໍໝາຍຄວາມວ່າ “ທ່ານກຳລັງດູຖູກຕົນເອງ”.

“ຈົ່ງພູມໃຈທີ່ທ່ານບໍ່ຄືໃຜ ແລະ ບໍ່ມີໃຜຄືທ່ານ,
ຈິ່ງເຮັດໃຫ້ທ່ານແຕກຕ່າງ ແລະ ມີສະເໜ່”

เขียนโดยนักเขียน นักพูดลาวชื่อดัง  Kabkeo Inspire
ນັກຂຽນລາງວັນນາກຄຳ ແລະ ນັກເວົ້າສ້າງແຮງບັນດານໃຈ

Facebook Comments Box