ການເວລາ ແລະຄວາມປ່ຽນແປງ

ການເວລາ ແລະຄວາມປ່ຽນແປງການເວລາ ແລະຄວາມປ່ຽນແປງ

ເຖິງແມ່ນວ່າ ຈະມີນັກທິດສະດີຫົວໃສ ຫລືນັກປຣັຊຍາຫົວດີໄດ້ໃຫ້ນິຍາມແຫ່ງການເວລາເອົາໄວ້ວ່າ: “ເວລາບໍ່ມີຢູ່ຈິງ ເປັນພຽງສິ່ງສົມມຸດ”ກໍຕາມ. ແຕ່ນິຍາມນັ້ນກໍບໍ່ມີຜົນເປັນຈິງ ດັ່ງທີ່ມັນເປັນ ເພາະວ່າ ສິ່ງທີ່ພວກເຂົາເຈົ້າໄດ້ໃຫ້ນິຍາມນັ້ນ ເຂົາໃຫ້ຄວາມໝາຍສະເພາະພຽງແຕ່ເວລາ, ແຕ່ບໍ່ໄດ້ເອີ່ຍເຖິງສິ່ງທີ່ກ່ຽວຂ້ອງກັບການເວລາ.

ເວລາອາດຈະຢຸດນິ້ງຢູ່ບ່ອນເກົ່າກໍຈິງ ແຕ່ໂລກພັດບໍ່ຢຸດໝູນ, ດວງອາທິດແລະດວງຈັນຈິ່ງປ່ຽນກັນສາດແສງ ລັດສະໝີຢູ່ຢ່າງບໍ່ຢຸດຢັ້ງ. ຍ້ອນສິ່ງມະຫັດສະຈັນຂອງທຳມະຊາດຄືດວງຈັນແລະດວງອາທິດປ່ຽນກັນເຮັດໜ້າທີ່ສາດສ່ອງລົງມາສູ່ມວນມະນຸດຊາດແລະສັດສາວາສິ່ງພ້ອມດ້ວຍທຳມະຊາດທັງມວນ ຈິ່ງມີການປ່ຽນແປງ. ສາຍນ້ຳທີ່ມີຢູ່ໃນຫ້ວຍຮ່ອງຄອງບຶງ ແລະແມ່ນ້ຳລຳເຊ ກໍລະເຫີຍອາດສູ່ທ້ອງຟ້າ ດ້ວຍອຳນາດຂອງແສງອາທິດ ກາຍເປັນໝູ່ເມກທີ່ຫອບອູ້ມເອົາອາຍນ້ຳໄວ້. ສາຍລົມທີ່ພັດໄປມາກໍເຮັດໃຫ້ເກີດການສັ່ນສະເທືອນ ປ່ຽນແປງຫວັ່ນໄຫວ ແຕກກະຈາຍເປັນສາຍຝົນ, ພືດພັນນານາກໍໄດ້ຮັບຄວາມຊຸ່ມຊື່ນຈາກສາຍນ້ຳທີ່ຢາດລົງມາຈາກຟ້າ. ໃນຂະບວນການນີ້ ກໍ່ເກີດເປັນວົງຈອນຂອງສັບພະສິ່ງທີ່ມີຊີວິດໝູນວຽນປ່ຽນໄປມາ, ເກີດຂຶ້ນ, ຂະຫຍາຍຕົວ, ຫ່ຽວແຫ້ງ, ສິ້ນສຸດເສື່ອມສະຫລາຍ.

ໃນຂະບວນວິວັດຂອງທຳມະຊາດເປັນເຊັ່ນນັ້ນ. ດັ່ງດຽວກັບວິຖີຊີວິດຂອງມະນຸດ, ເພາະມະນຸດກໍລວມຢູ່ໃນຂະບວນການທາງທຳມະຊາດນັ້ນ. ແນ່ນອນ ມະນຸດຍ່ອມຕົກຢູ່ໃຕ້ອຳນາດແຫ່ງຄວາມປ່ຽນແປງ ພາຍໃຕ້ຂອບຂອງເວລາ ນັບແຕ່ເສດສ້ຽວນ້ອຍໆຂອງເວລາໄປເຖິງວັນເດືອນປີ. ອາຍຸສັງຂາຣຂອງຄົນ ຖືກທຳມະຊາດທີ່ກຳໜົດດ້ວຍໄລຍະໜຶ່ງສູ່ໄລຍະໜຶ່ງກືນກິນ. ໃນລັກສະນະນີ້ ເຮົາເອີ້ນວ່າ: ການເວລາມີອິດທິພົນຕໍ່ຊີວິດຂອງເຮົາ. ໃນທາງພຸດທະສາສນາ ມີພຸດທະພາສິດບົດໜຶ່ງກ່າວໄວ້ວ່າ: ກາເລ ຄັดสະຕິ ພູຕານິ ສັພພາເນວະ ສະຫັດຕະນາ ມີຄວາມໝາຍວ່າ:  ການເວລາກືນກິນສັບພະສັດ ແລະຕົວຂອງມັນເອງ.

ຍ້ອນການເວລາກືນກິນສັບພະສິ່ງ ແລະຕົວມັນເອງ ມັນຈິ່ງເຮັດໃຫ້ວິຖີຊີວິດຂອງຄົນຕົກຢູ່ພາຍໃຕ້ຂອບຂອງເວລາ. ສຳລັບການເຮັດວຽກງານ ເຮົາຈິ່ງມີການວາງເປົ້າໝາຍແລະຂອບເຂດຂອງເວລາ (scope of time) ເອົາໄວ້ວ່າ ຈະຕ້ອງເຮັດສຳເລັດໜ້າທີ່ນັ້ນຕາມເວລາທີ່ໄດ້ກຳໜົດໄວ້(deadline). ເມື່ອເປັນແນວນັ້ນ ຄົນເຮົາຈ່ິງພະຍາຍາມເຮັດວຽກແຂ່ງກັບເວລາ. ເວລາຈິ່ງປຽບເໝືອນພະຍາມັຈຈຸຣາຊທີ່ຄອຍກັດກິນຊີວິດເຮົາໃຫ້ຫລຸ້ຍຫ້ຽນໄປເລື້ອຍໆ.

ຖ້າເຮົາຫາກປ່ອຍປະເວລາໃຫ້ຜ່ານໄປລ້າໆໃນແຕ່ລະວັນ ຖືໄດ້ວ່າເປັນການປະໝາດຕໍ່ການເວລາ. ພາລະໜ້າທີ່ຂອງເຮົາກໍຈະບໍ່ສຳເລັດ, ຮ່າງກາຍສັງຂາຣແລະອາຍຸກໍເພີ່ມຂຶ້ນ ເມື່ອເປັນແນວນັ້ນແລ້ວ ແນ່ນອນວ່າ ເຮົາບໍ່ສາມາດຫລີກລຽງໄດ້ຕໍ່ການປ່ຽນແປງທີ່ຈະເກີດຂຶ້ນທັງທາງກາຍະສັງຂາຣ(ຮ່າງກາຍ)ແລະຈິດຕະສັງຂາຣ(ຈິດໃຈ)ຂອງເຮົາ.

ການເວລາບໍ່ພຽງແຕ່ເຮັດໃຫ້ກາຍະພາບຂອງຄົນເຮົາແລະສັບພະສິ່ງປ່ຽນແປງເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ຈິດໃຈຂອງຄົນປ່ຽນແປງໄປພ້ອມ. ການປ່ຽນແປງທາງກາຍ ເອີ້ນວ່າ ການກ້າວໄປສູ່ຄວາມຊະຣາ ຫລືຄວາມເສື່ອມຂອງກາຍະສັງຂາຣ, ສ່ວນການປ່ຽນແປງທາງຈິດໃຈ ໝາຍເຖິງ ພູມປັນຍາແລະປະສົບການທີ່ຜ່ານພົບເຂົ້າມາໃນຊີວິດ. ສຳລັບຄົນທີ່ຝຶກຝົນຕົນຢູ່ສະເໝີ ຈິດໃຈຈະເຂັ້ມແຂງແລະສູງຂຶ້ນຕາມການເວລາ, ສ່ວນຄົນທີ່ບໍ່ຝຶກ ກໍຈະມີແຕ່ອາຍຸສັງຂາຣປ່ຽນໄປ ແຕ່ຈິດໃຈອາດຍັງຄືເດັກນ້ອຍເໝືອນເດີມ. ໃນຂະນະດຽວກັນ ເຮົາສາມາດປຽບທຽບກັນລະຫວ່າງຮ່າງກາຍ ທີ່ເປັນວັດຖຸ ແລະຈິດໃຈທີ່ເປັນນາມທັມ, ທັງສອງຢ່າງນີ້ກ່ຽວໂຍງກັນ. ຕາມຫລັກຈິດຕະວິທະຍາ ຈິດໃຈຂອງຄົນອາດຈະຍັງໜຸ່ມຢູ່ສະເໝີ ເຖິງແມ່ນວ່າຄວາມຮູ້ ພູມປັນຍາອາດຈະປ່ຽນໄປ. ແຕ່ສິ່ງໜຶ່ງທີ່ໂຫດຮ້າຍແລະເຮັດໃຫ້ຄົນເຈັບປວດນັ້ນ ບໍ່ແມ່ນການປ່ຽນແປງທາງໃຈ, ແຕ່ຫາກປ່ຽນແປງທາງກາຍ. ເມື່ອກາຍປ່ຽນແປງ ໃຈຄົນກໍປ່ຽນໄປ. ຕົວຢ່າງເຊັ່ນ: ສົມມຸດວ່າມີຄົນມັກໃນການຮຽນທີ່ກຳລັງຮຽນໜັງສືຢູ່, ຢາກຮຽນໄປເລື້ອຍໆ, ຢາກຈົບຫລາຍສາຂາວິຊາ, ແຕ່ອາຍຸສັງຂາຣພັດມາໄລ່ ຮ່າງກາຍເຖົ້າແກ່ຊະຣາ ຈຳເປັນຕ້ອງໄດ້ພິຈາຣະນາຕົນເອງ ເພື່ອຫັນໜ້າໄປສູ່ການເຮັດວຽກ ເພື່ອທຳມາຫາລ້ຽງຊີບ, ນຳໄປສູ່ການສ້າງຄອບຄົວ, ຢາກມີຊີວິດທີ່ເປັນຝັ່ງເປັນຝາ, ຢາກມີຖານະທີ່ໝັ້ນຄົງ.

ຕໍ່ກັບການປ່ຽນແປງ ໃນທ່າມກາງແຫ່ງການເວລາທີ່ເຮົາດຳລົງຢູ່ ເປັນຊ່ວງທີ່ເຮົາໄດ້ຮຽນຮູ້ຊີວິດ, ເປັນການກຽມພ້ອມທີ່ຈະປະເຊີນໜ້າກັບຄວາມປ່ຽນແປງນັ້ນ. ແຕ່ເຮົາຈະຕ້ອງມີຄວາມຮູ້ສຶກເອົາໃຈໃສ່ ຫລື ຄິດຫງຳຢູ່ຕະຫລອດເວລາວ່າ: ສິ່ງທີ່ເຮົາມີຢູ່ແລະສິ່ງທີ່ເຮົາເປັນຢູ່ນັ້ນ ມັນຈະເດີນທາງໄປສູ່ຈຸດສິ້ນສຸດ. ໃນຊ່ວງເວລາທີ່ເຮົາມີຊີວິດຢູ່ແຕ່ໄວເຍົາວ໌ຈົນເຖິງໄວກາງຄົນ ຫລືກ້າວໄປສູ່ຄວາມເຖົ້າແກ່ຊະຣາ ຈະມີຫລາຍເລື່ອງລາວຂອງຊີວິດເກີດຂຶ້ນ ເຊັ່ນ: ການພັດພາກຈາກຂອງຮັກຂອງຊອບໃຈ, ການປະເຊີນໜ້າກັບຄວາມຜິດຫວັງແລະສົມຫວັງໃນຊີວິດ. ຫລາຍຄັ້ງຫລາຍຄາວເຮົາອາດຈະທຸກທົນທໍລະມານຕໍ່ເຫດການນັ້ນ ແລະເມື່ອພານພົບຢູ່ເລື້ອຍໆ ກໍຈະກາຍເປັນຄວາມເຄີຍຊິນ. ການປະສົບກັບບັນຫາແລະອຸປະສັກເລື້ອຍໆ ເຮັດໃຫ້ຈິດໃຈເຮົານັ້ນໄດ້ຜ່ານການຫລໍ່ຫລອມ, ເຮັດໃຫ້ຄົນທີ່ຮູ້ຈັກພິຈາຣະນາຕໍ່ສິ່ງທີ່ເກີດຂຶ້ນນັ້ນໄດ້ເຂົ້າໃຈຊີວິດ. ເມື່ອໃດ ເວລາແຫ່ງການພັດພາກທີ່ຍິ່ງໃຫຍ່ເກີດຂຶ້ນ ກໍຈະເຮັດໃຫ້ເຮົານັ້ນຮູ້ຈັກທຳໃຈໄດ້.

ຍ້ອນພວກເຮົາທັງມວນ ຕົກຢູ່ໃຕ້ອຳນາດຂອງການເວລາ ຫລືທີ່ເອີ້ນຕາມຫລັກທັມທາງພຸດທະສາສນາວ່າ: ກາລະຍັກສ໌ ໝາຍເຖິງຍັກສ໌ແຫ່ງການເວລາ ທີ່ບໍ່ມີແຂ້ວ ແຕ່ຄອຍກັດກິນພວກເຮົາຢູ່ນີ້, ເຮົາຈິ່ງຄວນຝຶກຝົນຕົນເອງຢູ່ຕະຫລອດເວລາ ເພື່ອກຽມພ້ອມຈະປະເຊີນໜ້າກັບຄວາມເປັນອະນິຈຈັງ ຫລືຄວາມປ່ຽນແປງນັ້ນດ້ວຍພູມຄຸ້ມກັນທາງຈິດທີ່ເຂັ້ມແຂງ ຈິ່ງຈະບໍ່ເປັນທຸກ ຫລືມີຄວາມທຸກໜ້ອຍລົງ.

ໂດຍ: ທັມມະທາຣາ

Facebook Comments