ເລືອງດຽວທີ່ພໍ່ແມ່ຢາກຂໍ

ເລືອງດຽວທີ່ພໍ່ແມ່ຢາກຂໍ[{ ເລື່ອງດຽວທີ່ພໍ່~ແມ່ຢາກຂໍ… }]

ຕອນຍັງນ້ອຍໄຮ້ດຽງສາບໍ່ທັນຮູ້ເລື່ອງ ແຕ່…ເຮົາຮູ້ວ່າພໍ່~ແມ່ນັ້ນ “ຮັກເຮົາ”
ພໍໃຫຍ່ຂຶ້ນ ເຮົາຮູ້ຮູ້ໝົດທຸກເລື່ອງ ພັດບໍ່ຮູ້ວ່າພໍ່~ແມ່ “ຮັກເຮົາ”

        ຫຼັງຈາກເຕີບໂຕເປັນຜູ້ໃຫຍ່ແລ້ວນີ້ເອງ ເຮົາມັກຈະຮູ້ສຶກວ່າ ພໍ່~ແມ່ ເໝືອນດັ່ງວ່າ ເປັນໂຕຂີດກັ້ນໃຫ້ລູກ ກັບ ພໍ່~ແມ່ຕ້ອງຫ່າງອອກຈາກກັນຄົນລະໂລກ, ເຮົາມີໂທຣະສັບ ຄອມພິ້ວເຕີ້ ອິນເຕີເນ໊ດ ແຕ່ມັກແຊ໊ດຫາຄົນອື່ນ ໂທຣຫາຄົນອື່ນ ອອນໄລນ໌ຫາຄົນອື່ນ ແລະສາມາດແຊ໊ດຫຼືໂທຣຫາໄດ້ຫຼາຍໆຄັ້ງ ແຕ່ລະຄັ້ງກໍ່ໃຊ້ຄຳເວົ້າອ່ອນຫວານ ລົມກັນໄດ້ຫຼາຍໆຊົ່ວໂມງ ແຕ່…ສະມາຊິກໃນຄອບຄົວ ເຮົາແທບຈະບໍ່ມີເວລາສົນທະນານຳ ອາດມີບາງຄັ້ງທີ່ລົມນຳ ກໍ່ພຽງໄລຍະເວລາສັ້ນໆ ສົນທະນາໄດ້ສີ່~ຫ້າຄຳ ກໍ່ຮູ້ສຶກວ່າຫຼາຍໂພດແລ້ວ ມັນຫງຸດຫງິດ ລຳຄານ ຈົນລືມຢ່າງສະໜິດເລີຍວ່າ ໂທຣະສັບ~ຄອມຯ ລ້ວນໄດ້ມາຈາກເງິນຂອງພໍ່~ແມ່ຊື້ໃຫ້. ຄວາມຄິດ~ຈິດໃຈ ຂອງເຮົາມັນຫ່າງເຫີນຈາກພໍ່~ແມ່ຍາມໃດນັ້ນ ບໍ່ຮູ້ສຶກໂຕເລີຍ ເຮົາເຄີຍເບິ່ງໃບໜ້າພໍ່~ແມ່ຢ່າງເຕັມຕາຈັກຄັ້ງບໍ່? ເຮົາເຄີຍສັງເກດບໍ່ວ່າເສັ້ນຜົມຂອງເພິ່ນເປັນແນວໃດແລ້ວ? ຜິວພັນວັນນະປ່ຽນແປງໄປຫຼາຍໜ້ອຍສ່ຳໃດ? ບາງຄັ້ງຫ່າງກັນພຽງຊົ່ວກັ້ນກາງຄືຝາເຮືອນ ຍັງບໍ່ຄິດຈະຖາມ ຍ່າງຈົນຈະຢຽບຕີນກັນກໍ່ຍັງບໍ່ຍອມເບິ່ງ, ແຕ່ສຳຫຼັບຄົນອື່ນ ຫ່າງໄກປານໃດກໍ່ແຊ໊ດ~ໂທຣຫາຢ່າງບໍ່ຮູ້ຈັກເບື່ອ ຍິ່ງໃສ່ໃຈກັບຄົນອື່ນ~ສິ່ງອື່ນ ເຮົາກໍ່ຍິ່ງຫ່າງເຫີນຈາກຄອບຄົວ

ບໍ່ຮູ້ດ້ວຍຊ້ຳວ່າ…ສົມຄວນເວົ້າແນວໃດ
ບໍ່ຮູ້ດ້ວຍຊ້ຳວ່າ…ຄວນຈະເລີ່ມຕົ້ນດ້ວຍຄຳໃດ
ຮູ້ສຶກແຕ່ພຽງວ່າ…ອີ່ພໍ່~ອີ່ແມ່ບໍ່ເຂົ້າໃຈເຮົາແລ້ວ
ຢາກຈະຖາມວ່າ…ແລ້ວເຮົາເດ!! ເຄີຍເຂົ້າໃຈພວກເພິ່ນແດ່ຫຼືບໍ່???

ເວລາທີ່ຍັງເຫຼືອຂອງພວກເພິ່ນ ຄື ເວລາຂອງພວກເຮົາທີ່ຍັງທັນການຢູ່ ຈົ່ງກະທຳໃນສິ່ງທີ່ເຮົາຄິດຢາກໃຫ້ລູກຂອງເຮົາກະທຳໃນຍາມແກ່ເຖົ້າ ແລະເຈົ້າຈະຮູ້ສຶກວ່າ………ການທີ່ພໍ່ແມ່ຫວັງນັ້ນ ມັນມີແຄ່ພຽງເລື່ອງດຽວເທົ່ານັ້ນເອງ.

ຂໍຂອບໃຈ: ບົດຄວາມຈາກອາຈານ poun  sirichandho

Facebook Comments