ເຫດຜົນເຄິ່ງດຽວ ພາຍໃນບ່ອນເຮັດວຽກ

 

[[ ເຫດຜົນເຄິ່ງດຽວ ພາຍໃນບ່ອນເຮັດວຽກ ]]

                        ຊ່າງເຕັກນິກລະດັບອາວຸໂສທ່ານໜຶ່ງ ຫຼັງຈາກປົດກະສຽນແລ້ວ ໄດ້ທຳການຢ້ຳເຕືອນ ສອນສັ່ງລູກສິດຄົນໜຶ່ງ ຊ້ຳແລ້ວຊ້ຳອີກວ່າ…
“ບໍ່ວ່າຈະຢູ່ໃນສະຖານະການໃດກໍ່ຕາມ ເຈົ້າຕ້ອງລະວັງຄຳເວົ້າຄືເວົ້າແຕ່ໜ້ອຍ ປະຕິບັດງານໃຫ້ຫຼາຍ ຜູ້ທີ່ລ້ຽງຊີບດ້ວຍການຂາຍແຮງງານລ້ວນຕ້ອງມີຄວາມສາມາດໃຫ້ເໜືອກວ່າຜູ່ອື່ນ ບໍ່ຂະແໜງໃດກໍ່ຂະແໜງໜຶ່ງ” ລູກສິດຟັງແລ້ວກໍ່ງຶກຫົວຖີ່ໆ

ຫຼັງຈາກນັ້ນ…ສິບປີ ລູກສິດບໍ່ແມ່ນສິດອີກຕໍ່ໄປແລ້ວ ເຂົ້າໄດ້ກາຍເປັນຊ່າງເຕັກນິກຜູ້ມີຄວາມສາມາດເກັ່ງກ້າແລ້ວ ມີມື້ໜຶ່ງ…ເຂົາຊອກຄົ້ນຫາອາຈານ(ຊ່າງເຕັກນິກອາວຸໂສ) ຈົນພົບເຈິແລະໄດ້ເວົ້າຂຶ້ນດ້ວຍສີໜ້າເສົ້າສ້ອຍວ່າ…
“ທ່ານອາຈານ…ຂ້ານ້ອຍກະທຳຕາມທ່ານທຸກຢ່າງ ທີ່ອາຈານຊີ້ນຳສັ່ງສອນ ບໍ່ວ່າຈະເຮັດງານອັນໃດ ລ້ວນບໍ່ໄດ້ເວົ້າຫຍັງຫຼາຍແມ້ນແຕ່ຄັ້ງດຽວ ຮູ້ແຕ່ມຸມານະຕັ້ງໃຈເຮັດດ້ວຍຄວາມທຸກຍາກລຳບາກ… ກະທຳງານຫຼາຍສິ່ງຫຼາຍຢ່າງໃຫ້ແກ່ໂຮງງານເປັນຮູບປະທຳ ອີກທັງຝຶກຫັດຮຽນຮູ້ວິຊາການທີ່ຍອດຢ້ຽມມາໄດ້ຫຼວງຫຼາຍ ແຕ່ທະວ່າ…ເລື່ອງທີ່ຂ້ານ້ອຍບໍ່ເຂົ້າໃຈກໍ່ຄື…ຜູ້ທີ່ມີສີມືດ້ອຍກວ່າຂ້ານ້ອຍ ປະສົບການກໍ່ໜ້ອຍກວ່າລ້ວນໄດ້ຮັບຕຳແໜ່ງ ອີກທັງໄດ້ຮັບການປັບເງິນເດືອນໃຫ້ສູງຂຶ້ນ ແຕ່ຂ້ານ້ອຍພັດໄດ້ຮັບຄ່າແຮງສ່ຳເກົ່າ”

ທ່ານອາຈານເວົ້າວ່າ “ເຈົ້າໝັ້ນໃຈວ່າ..ຕຳແໜ່ງງານຂອງເຈົ້າໃນໂຮງງານບໍ່ມີໃຜສາມາດມາທົດແທນໄດ້ຢ່າງແນ່ນອນຊັ້ນບໍ້?”
ເຂົາງຶກຫົວຕອບວ່າ “ໝັ້ນໃຈເລີຍ ບໍ່ມີໃຜທີ່ຈະສາມາດມາທົດແທນຂ້ານ້ອຍໄດ້”
ທ່ານອາຈານເວົ້າຕໍ່ໄປວ່າ””ຫຼັງຈາກມື້ນີ້ ບໍ່ວ່າເຈົ້າຈະໃຊ້ ເຫດຜົນໃດກໍ່ຕາມ ຂໍໃຫ້ເຈົ້າລາພັກຈັກມື້ໜຶ່ງ ເພາະວ່າ…ຫາກດວງໄຟດວງໜຶ່ງສະຫວ່າງສະໄຫວຢູ່ຕະຫຼອດເວລາເຊັ່ນນັ້ນແລ້ວ ກໍ່ຈະບໍ່ມີໃຜສົນໃຈ ບໍ່ສັງເກດເຫັນ ຂໍພຽງດັບມອດພຽງຄັ້ງດຽວຈິ່ງສາມາດດຶງດູດຄວາມສົນໃຈຈາກຜູ້ອື່ນ

ເຂົາຄິດວ່າ…”ຕົນໄດ້ເຂົ້າໃຈຄວາມໝາຍຂອງອານແລ້ວ ຈິ່ງຂາບລາທ່ານອາຈານທັນທີ ຈາກນັ້ນກໍ່ຂໍພັກງານໜຶ່ງວັນ

ວັນທີ່ສອງໄປເຮັດງານຕາມປົກກະຕິ ເປັນຈິງຕາມຄຳຂອງອາຈານເພິ່ນວ່າ ຜູ້ຈັດການໂຮງງານຮີບນຳຄົ້ນຫາຈົນພົບ ບອກວ່າຈະໃຫ້ເຂົາເປັນໜ້າຊ່າງໃຫຍ່ ພ້ອ ມທັງປັບເງິນເດືອນໃຫ້ສູງຂຶ້ນອີກດ້ວຍ.

ທີ່ແທ້…ໃນວັນທີ່ເຂົາຢຸດພັກງານ ຜູ້ຈັດການພົບວ່າ ພາຍໃນໂຮງງານຂາດເຂົາບໍ່ໄດ້ ເພາະປົກກະຕິແລ້ວ ເຄື່ອງຈັກພາຍໃນໂຮງງານເກີດການຂັດຂ້ອງ ຜິດປົກກະຕິ ລ້ວ
ນແຕ່ແມ່ນເຂົາທີ່ຈັດການແກ້ໄຂ ຈົນລຸລ່ວງດ້ວຍດີ ຄົນອື່ນລ້ວນບໍ່ສາມາດກະທຳໄດ້ສຳເລັດ

ເຂົາດີໃຈຫຼາຍ…ອີກທັງຍັງແອບນັບຖືໃນຄວາມສະຫຼາດ~ສະຕິປັນຍາຂອງທ່ານອາຈານຢູ່ໃນໃຈງຽບໆ ເມື່ອເງິນເດືອນຖືກປັບຂຶ້ນແລ້ວ ຊີວິດຄວາມເປັນຢູ່ຂອງເຂົາກໍ່ດີຂຶ້ນອີກດ້ວຍ

ຕັ້ງແຕ່ນັ້ນມາ ຂໍພຽງມີຄວາມຮຸ້ສຶກວ່າຕົນບໍ່ໄດ້ຮັບຄວາມສຳຄັນ ຫຼືຖືກເບິ່ງຂ້າມ ເຂົາກໍ່ມັກຈະລາພັກງານທຸກຄັ້ງ ຜົນຂອງຫຼັງການຢຸດງານ ຜູ້ຈັດການກໍ່ຈະຂຶ້ນເງິນເດືອນໃຫ້ເຂົາ ສະຫຼຸບແລ້ວ ເຂົາໄດ້ພັກລາງານໄປຈັກຄັ້ງນັ້ນ ໂຕເຂົາເອງກໍ່ຍັງຈື່ບໍ່ໄດ້ແລ້ວ

ໃນຄັ້ງສຸດທ້າຍທີ່ເຂົາລາງານ ແລະກຽມພ້ອມທີ່ຈະທີ່ຈະໄປເຮັດງານຕໍ່ເໝືອນວັນປົກກະຕິ ເຂົາຖືກຜູ້ຮັກສາຄວາມປອດໄພປະຕິເສດທີ່ຈະຮັບເຂົາເຂົ້າໂຮງງານ ຍ່າງເຂົ້າໄປຫາຜູ້ຈັດການໂຮງງານ ຜູ້ຈັດການບອກວ່າ…”ແຕ່ນີ້ໄປ…ເຈົ້າ ບໍ່ຕ້ອງມາເຮັດວຽກອີກແລ້ວ!”

ເຂົາໄປຫາທ່ານອາຈານດ້ວຍຄວາມທຸກໃຈຢ່າງຍິ່ງ “ທ່ານອາຈານ…ຂ້ານ້ອຍລ້ວນເຮັດຕາມຄຳແນະນຳສັ່ງສອນຂອງທ່ານອາຈານແລ້ວເດ!! ຕອນນີ້ຂ້ານ້ອຍຖືກໄລ່ອອກແລ້ວ”
ທ່ານອາຈານເວົ້າວ່າ…”ວັນນັ້ນ ເຈົ້າຟັງເຫດຜົນໄປພຽງເຄິ່ງດຽວ ກໍ່ຮີບຟ້າວໄປໂພດ ຢ້ານແຕ່ບໍ່ໄດ້ພັກ”

ເຂົາຖາມວ່າ”ທ່ານອາຈານ ແລ້ວເຫດຜົນອີກເຄິ່ງໜຶ່ງນັ້ນມັນເປັນແນວໃດ?”
ທ່ານອາຈານເວົ້າຢ່າງມີຄວາມໝາຍເລິກເຊິ່ງວ່າ “ຕ້ອງຮູ້ວ່າ ຖ້າຫາກດວງໄຟດວງໜຶ່ງສະຫວ່າງຮຸ່ງແຈ້ງຢູ່ຕະຫຼອດເວລາ ກໍ່ບໍ່ມີຄົນສົນໃຈຫຼືສັງເກດເບິ່ງມັນອີ່ຫຼີ ຂໍພຽງດັບພຽງຄັ້ງດຽວ ຈິ່ງຈະດຶງດູດຄວາມສົນ ໃຈຈາກຜູ້ອື່ນ ແຕ່ວ່າ…ຫາກມັນດັບ~ມອດດຸໆ ຖີ່ໆ ກໍ່ຈະມີຄວາມອັນຕະລາຍ ເພາະຈະຖືກສັບປ່ຽນດ້ວຍດອກໄຟດວງອື່ນ ໃຜລະ…ທີ່ຈະຕ້ອງການດອກໄຟດວງໜຶ່ງທີ່ບຶດປິດບຶດເປີດ ຕິດໆດັບໆ ເຈົ້າເດ!…ມັກບໍ??.

Facebook Comments Box