ການຢູ່ຮ່ວມກັນ

ໃນການຢູ່ຮ່ວມກັນນັ້ນກໍ່ຄືກັນກັບອະໄວຍະວະໃນຮ່າງກາຍທີ່ແຕກຕ່າງກັນໄປ

ແລະຕ່າງກໍ່ມີໜ້າທີ່ເຮັດແຕກຕ່າງກັນໄປ ເຮັດຫຼາຍບ້າງເຮັດນ້ອຍບ້າງ ໜັກບ້າງ ເບົາບ້າງ

ສຸດແລ້ວແຕ່ໜ້າທີ່ ຈະໃຫ້ຄືກັນ ຫຼືເທົ່າກັນຄົງບໍ່ໄດ້ ແຕ່ເມື່ອເຮັດວຽກຢ່າງສອດຄ່ອງປະສານກັນແລ້ວ

ກໍ່ຈະພາໃຫ້ບັນລຸເຖິງເປົ້າໝາຍທີ່ເຮັດໄດ້ ເພາະສະນັ້ນຈຶ່ງບໍ່ຄວນຄິດຊັງ ຫຼືອິດສາອີກຄົນໜຶ່ງ ຫຼືຫຼາຍຄົນທີ່ເຮັດໜ້າທີ່ເບົາໆ ແລະເຮັດບໍ່ຫຼາຍເທົ່າຕົນ ທຳມະຊາດສ້າງສັນອະໄວຍະວະໃນຮ່າງກາຍມາໃຫ້ເຮັດໜ້າທີ່ສອດປະສານກັນດີຢູ່ແລ້ວ ຖ້າສ່ວນໃດຫັກ ຫຼືບໍ່ເຮັດໜ້າທີ່ກໍ່ຈະພາກັນວິບັດລົ້ມຕາຍໄປດ້ວຍກັນ ທີ່ອາຍຸຍືນຢູ່ໄດ້ເພາະວ່າອະໄວຍະວະສາມາຄີກັນພ້ອມພຽງກັນເຮັດໜ້າທີ່ຂອງຕົນໄປນັ້ນເອງ ຄົນໃນສັງຄົມ ໃນໝູ່ຄະນະກໍ່ເຊັ່ນດຽວກັນ ຍ່ອມແຕກຕ່າງກັນໄປເປັນປົກກະຕິທັງໜ້າທີ່ການງານ ຄວາມຮູ້ຄວາມສາມາດ ຕລອດເຖິງຄວາມຄິດຄວາມອ່ານ ຖ້າໃຊ້ຄວາມຕ່າງກັນນັ້ນມາສອດປະສານກັນ ຢູ່ກັນດ້ວຍຄວາມເອື້ອເຟື້ອເຜື່ອແຜ່ໃຫ້ອະໄພຍິນຍອມຜ່ອນຜັນ ອົດທົນຕໍ່ກັນໄດ້ກໍ່ຍ່ອມຢູ່ສຸກສະບາຍດ້ວຍກັນທັງໝົດ

ขอขอบคุณบทความดีๆจาก http://bhuttakamuny.blogspot.com/

Facebook Comments Box