ຄຳສັບພຣະພຸດທະສາສະໜາ ຄຳວ່າ ການສຶກສາ ມາຈາກຄຳວ່າ ສິກຂາ ໂດຍທົ່ວໄປໝາຍເຖິງ ກະບວນການຮຽນຮູ້

ຄຳວ່າ  ການສຶກສາ ມາຈາກຄຳວ່າ ສິກຂາ ໂດຍທົ່ວໄປໝາຍເຖິງ ກະບວນການຮຽນຮູ້  ການເຝິກອົບຮົມ ການຄົ້ນຄົ້ວ ການພັດທະນາ ແລະການຮູ້ແຈ້ງເຫັນຈິງໃນສິ່ງທັງປວງ ຈະເຫັນໄດ້ວ່າການສຶກສາໃນພຣະພຸດທະສາສະໜາມີຫຼາຍລະດັບ ຕັ້ງແຕ່ລະດັບຕ່ຳສຸດເຖິງລະດັບສູງສຸດ ເມື່ອ

ແບ່ງລະດັບຢ່າງກວ້າງ ໆ ມີ 2 ປະການ ຄື

          1.  ການສຶກສາລະດັບໂລກີຍະ ມີຄວາມມຸ່ງໝາຍເພື່ອດຳລົງຊີວິດໃນທາງໂລກ

          2.   ການສຶກສາລະດັບໂລກຸດຕະລະ ມີຄວາມມຸ່ງໝາຍເພື່ອດຳລົງຊີວິດເໜືອກະແສໂລກ

 

ຄຳສັບພຣະພຸດທະສາສະໜາ

ສັບເປັນຊື່ບຸກຄົນທາງສາສະໜາ ທີ່ມີສ່ວນກ່ຽວຂ້ອງກັບການສຶກສາ ສາມາດພິຈາລະນາໄດ້ດັ່ງນີ້

          1.  ຄຳວ່າ ໂພທິສັດ ແປວ່າ ຜູ້ຜູກພັນຢູ່ກັບຄວາມຮູ້ ໝາຍເຖິງຜູ້ສະແຫວງຫາຄວາມຮູ້  ຜູ້ຝຶກຝົນຕົນເອງ ເພື່ອເຂົ້າເຖິງຄວາມຮູ້  ຜູ້ຄົ້ນຫາຄວາມຮູ້ທີ່ຖືກຕ້ອງ ຜູ້ກຳລັງພັດທະນາຕົນເພື່ອເຂົ້າເຖິງ ຄວາມຮູ້ທີ່ສູງສຸດ ຫລື ຜູ້ດຳເນິນຊີວິດເພື່ອໄດ້  ຕຣັສຣູ້  ດັ່ງນັ້ນ ຈິ່ງເຫັນວ່າ ພຸດທະສາສະໜາ ກ່ຽວຂ້ອງກັບການສືກສາ ຕັ້ງແຕ່ພຣະໂພທິສັດ ເລິ່ມສ້າງບາລະມີ ເພື່ອຕຣັສຣູ້

          2.  ຄຳວ່າ ພຸດທະ ແປວ່າ ຜູ້ຮູ້  ເມື່ອເປັນຊື່ຂອງສາສະໜາວ່າ ພຸດທະສາສະໜາ  ຈິ່ງແປວ່າ ສາສະໜາຜູ້ຮູ້  ທາງພຣະພຸດທະສາສະໜາ ໄດ້ກ່າວເຖິງ ພຸດທະໄວ້ 3 ປະການ ຄື

1) ສຳມາສຳພຸດທະ ໝາຍເຖິງ ຜູ້ຕຣັສຣູ້ ຖືກຕ້ອງດ້ວຍຕົນເອງ ຢູ່ໃນຖານະເປັນສາສະດາເອກຂອງໂລກ ມີຄຸນສົມບັດພຽບພ້ອມໃນການກໍ່ຕັ້ງພຣະພຸດທະສາສະໜາ

2) ປັດເຈກພຸດທະ ໝາຍເຖິງ ຜູ້ຮູ້ສະເພາະຕົນ  ບໍ່ຢູ່ໃນຖານະເປັນສາສະດາຜູ້ກໍ່ຕັ້ງສາສະໜາ

3) ອະນຸພຸດທະ ຫລື ສາວົກພຸດທະ ຄື ຜູ້ຮູ້ຕາມ ໝາຍເຖິງ ຜູ້ໄດ້ຟັງຄຳສອນຂອງພຣະສາສະດາ ແລ້ວນຳມາປະຕິບັດ

ຄຳວ່າ ສາວົກ ຫລື ສາວິກາ  ແປວ່າ ຜູ້ຟັງ ຫລື ຜູ້ສືກສາ ສາວົກ ໝາຍເຖິງ ຜູ້ສືກສາຝ່າຍຊາຍ ສາວິກາ ໝາຍເຖິງ ຜູ້ສືກສາຝ່າຍຍິງ ໂດຍບໍ່ຈຳກັດວ່າເປັນນັກບວດ ຫລື ຄະລືຫັດ ສະແດງວ່າ  ພຣະພຸດທະສາສະໜາເປິດໂອກາດໃຫ້ການສືກສາທາງສອງຝ່າຍສະເໝີພາກກັນ ບໍ່ໄດ້ເລືອກວ່າຈະໃຫ້ສຳຫລັບນັກບວດເທົ່ານັ້ນ ແຕ່ຍັງເປິດໂອກາດໃຫ້ຄະລືຫັດ ອິກດ້ວຍ

          3. ຄຳວ່າ ສິກຂາ ໃນພາສາ ສັນສະກິດຂຽນເປັນ ສືກສາ ມີຄວາມໝາຍຄອບຄຸມພຣະພຸດທະສາສະໜາທັງສິ້ນ ບໍ່ວ່າຈະເປັນການປະຕຶບັດທາງ ສີລ ສະມາທິ ຫລື ປັນຍາ ຢູ່ໃນຂອບເຂດຂອງຄຳວ່າ  ສິກຂາ ທັງສິ້ນ ໃນການຮັບກຸນລະບຸດເຂົ້າບວດເປັນພິກສຸ ພຣະອຸປັດຊາອາຈານ ສອນໃນເຊິງປະຖົມນິເທດຄືເທື່ອທຳອິດ ຈົບລົງດ້ວຍຄຳວ່າເພິ່ງສືກສາ

          4. ຄຳວ່າ ສິປປະ ພາຫຸສັດຈະ  ສິປປະ ຄື ສິນລະປະ ພາຫຸສັດຈະ ຄື ການໄດ້ສືກສາຫຼາຍໃນວິຊາຫຼາຍດ້ານ

          5. ຄຳວ່າ ຈັກສຸປັນຍາວິຊາຍານະອາໂລກະ  ຄຳເຫຼົ່ານີ້ ໝາຍເຖິງ ຄວາມຮູ້ທັງສິ້ນ ປັນຍານັ້ນມີຂອບເຂດ ໝາຍເຖິງຄວາມຮູ້ໄດ້ທຸກລະດັບທີ່ເປັນພື້ນຖານຂອງປັນຍາ ເມື່ອພຣະພຸດທະສາສະໜາເປັນກະບວນການແຫ່ງຄວາມຮູ້ຍ່ອມເປັນການແນ່ນອນວ່າ ພຣະພຸດທະສາສະໜາໄດ້ກ່າວສັນລະເສິນຄວາມຮູ້ໄວ້ຫຼາກຫຼາຍເປັນຕົ້ນວ່າ ແສງສະວ່າງສະເໝີດ້ວຍປັນຍາບໍ່ມີເປັນການຍືນຍັນວ່າ  ບັນດາແສງສະວ່າງທີ່ມີຢູ່ໃນໂລກນີ້ ບໍ່ມີແສງສະວ່າງໃດເທົ່າທຽມກັບປັນຍາໄດ້

ການທີ່ຄວາມຮູ້ເປັນເຫດໃຫ້ເກິດສຸຂ  ເປັນຂໍ້ຄວາມຍືນຍັນວ່າ ຄວາມສຸຂທີ່ມະນຸດໄດ້ຮັບມານັ້ນໄດ້ຈາກຄວາມຮູ້ໂດຍກົງ ບຸກຄົນບໍລິສຸດໄດ້ດ້ວຍປັນຍາ  ຂໍ້ນີ້ຄືການຢືນຢັນວ່າ  ຄວາມບໍລິສຸດເກິດຈາກສິນລະປະ ຂອງການໃຊ້ ປັນຍາປະການໜຶ່ງ

 

ຄະຕິທັມຝາກໃຫ້ຄິດ

ການສູນເສຍທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ    ຄື ການສູນເສຍ ເວລາ

ເພາະບໍ່ສາມາດຮຽກຮ້ອງເວລາທີ່ເສຍໄປ  ໃຫ້ກັບຄືນມາໄດ້

ที่มา  http://punlao.com/pouthapod/diary/17192/

Facebook Comments Box