ຄຳສອນຂອງແມ່

ຄຳສອນຂອງແມ່,ແມ່ຄົງສອນໃຫ້ລູກສະຫຼາດບໍໄດ້
ຄຳສອນຂອງແມ່,ແມ່ຄົງສອນໃຫ້ລູກສະຫຼາດບໍໄດ້

        ທຸກໆຄຳເວົ້າແລະຄຳສອນທີແມ່ສອນຂ້ອຍມາຕະຫລອດນັບຕັ້ງແຕ່…ວັນທີຂ້ອຍເກີດຈົນມາຮອດວັນນີ້. ລູກຍັງຈຳໄດ້        ແມ່ສອນວ່າ:

                        ລູກເອີຍ! ແມ່ຄົງສອນໃຫ້ລູກສະຫຼາດບໍໄດ້

                  ລູກຕ້ອງສະຫຼາດຈາກພິກໄຫວ ແລະ ສະຕິປັນຍາຂອງລູກເອງ

               ລູກເອີຍ! ແມ່ຢາກໃຫ້ລູກຫັດມີຄວາມຝັນ

                        ເມື່ອໃດທີລູກຝັນເປັນ…ບໍ່ວ່າຈະເປັນໄຝ່ຝັນ

                 ຫຼື ຄວາມຝັນ ລູກຈະຮູ້ວ່າໂລກນີ້ມັນໜ້າຢູ່ປານໃດ…

                    ລູກເອີຍ! ແມ່ຢາກໃຫ້ລູກເວົ້າແຕ່ເລືອງດີໆ ເວົ້າແຕ່ເລືອງສວຍງາມ

                         ຈົ່ງເປັນຄົນສຸດທ້າຍທີຄິດຮ້າຍຕໍ່ຜູ້ອື່ນ ແລະ ຈົ່ງເປັນຄົນທຳອິດ

      ທີ່ໃຫ້ກຳລັງໃຈ ແລະ ຊື່ນຊົມ

  ລູກເອີຍ! ແມ່ຢາກໃຫ້ລູກເຮັດໃນສິ່ງແປກໆ

    ລູກບໍຈຳເປັນຕ້ອງເດີນຕາມຊີວິດປະຈຳວັນຂອງໃຜ

   ຢ່າເກັບຄວາມແປກ  ພຽງເພາະເຫັນວ່າ ມັນບໍເໝືອນໃຜ

ລູກເອີຍ! ແມ່ຢາກໃຫ້ລູກ ກ້າແດດ ກ້າຝົນ

ເພາະພາຍໃຕ້ໄອອຸ່ນຂອງດວງອາທິດ ລູກຈະໄດ້ຮັບວິຕາມິນດີ

ແລະພາຍໃຕ້ຟ້າທິມີຝົນ ມັນຈະເຮັດໃຫ້ລູກຮ້ອງໄຫ້ ໂດຍບໍມີໃຜເຫັນນ້ຳຕາ

ແມ່ຢາກສອນໃຫ້ລູກອອກກຳລັງກາຍທຸກວັນ

ຢ່າງນ້ອຍຄົນເຮົາຄົນເຮົາກໍຕ້ອງເຄືອນໄຫວ ແລະ ກ້າວເດີນຕໍ່ໄປ

ລູກໄດ້ອອກກຳລັງກາຍ ລູກຈະແຂງແຮງບໍອ່ອນແອ…

ລູກເອີຍ! ແມ່ຢາກສອນໃຫ້ລູກຮູ້ຈັກຄວາມອົດທົນ

ລູກຕ້ອງຮຽນຮູ້ວ່າ ລູກຈະບໍໄດ້ທຸກໆຢ່າງທີລູກຫວັງ

ອົດທົນແລະຢ່າໄດ້ເສຍກຳລັງໃຈ ຢ່າທໍ້ ແລະ ຂໍໃຫ້ເລີ່ມຕົ້ນໃຫ່ມຢ່າງມີພະລັງ

ແມ່ຢາກສອນໃຫ້ລູກ ກ້າວຂື້ນໃຫ້ສູງ

ເພາະບໍມີຫຍັງ ຈະສູງໄປກ່ວາສອງມືເຮົາຈະເອື້ອມຄ້ວາ

ພຽງແຕ່ວ່າລູກຍື້ນຍັ້ນວ່າຈະບໍຢູ່ກັບທີ

ແມ່ຢາກສອນໃຫ້ເຈົ້າມີຄວາມສຸກ ແຕ່ຢ່າລືມຄວາມທຸກດ້ວຍນະລູກຮັກ

ຄົນທີບໍເຄີຍມີຄວາມສຸກ ເຂົາ ສຸກຈິ່ງໆ ບໍມີດອກເຈົ້າເອີຍ..

ໄອຄິວ ມັນຕິດມາແຕ່ເທີງຟ້າ ບໍສະຫຼາດກໍມີຄວາມສຸກໄດ້ ບໍຕ້ອງຫ່ວງ

ຢ່າໄດ້ນ້ອຍໃຈທີຕາມເຂົາບໍທັນ

ຢ່າເສຍຂວັນຖ້າເຮົາຊ້າກ່ວາຄົນອື່ນ

ອີຄິວມັນຕ້ອງຫາເອງໃນໂລກນິ້

ບໍສະຫຼາດກໍມີຮັກແລະ ມີຄວາມສຸກໄດ້

** ຢ່າຢ້ານທີຈະປ່ຽນແປງປັບປຸງ ລູກມີກຳລັງໃຈຈາກອ້ອມກອດແມ່ ບໍຕ້ອງຢ້ານ**

 

 

Facebook Comments Box